Happy ERP ຄູ່ມືເຕັມເປີດແອັບ
6 ຂັ້ນ · ປະມານ 1 ຊົ່ວໂມງ

ເປີດຮ້ານໃນ 1 ຊົ່ວໂມງ

ເຮັດຕາມ 6 ຂັ້ນນີ້ດ້ວຍຕົນເອງ ຈົນຂາຍໄດ້ບິນທຳອິດ. ໃຊ້ມືຖືກໍ່ໄດ້ ບໍ່ຕ້ອງມີຄອມ. ແຕ່ລະຂັ້ນມີກອບຂຽວບອກວ່າ “ສຳເລັດແລ້ວແມ່ນແນວໃດ” — ຜ່ານແລ້ວຄ່ອຍໄປຂັ້ນຕໍ່ໄປ.

ບໍ່ຕ້ອງລໍ Facebook. ຮ້ານໃໝ່ຂາຍໄດ້ຄົບວົງຈອນຕັ້ງແຕ່ມື້ນີ້ຜ່ານ ໜ້າຮ້ານ + ແຊັດໃນໜ້າຮ້ານ ແລະ Telegram — ເອົາລິ້ງໄປວາງໃນ bio TikTok/Facebook/WhatsApp ໄດ້ເລີຍ. ການເຊື່ອມ Messenger ຄ່ອຍຕາມມາພາຍຫຼັງ ບໍ່ກະທົບການຂາຍ.

ລະຫວ່າງທາງ ເບິ່ງກ່ອງ ຄວາມພ້ອມຂອງຮ້ານ ເທິງສຸດຂອງໜ້າ ຕັ້ງຄ່າ — ມັນບອກວ່າຍັງຂາດຫຍັງ ແລະ ກົດພາໄປບ່ອນນັ້ນໄດ້ເລີຍ.

  1. ສ້າງບັນຊີ ແລະ ຕັ້ງຊື່ຮ້ານ

    ⏱ 5 ນາທີ
    1. ເປີດ app.happyerp.la → ສະໝັກ → ສ້າງຮ້ານໃໝ່: ລະຫັດເຊີນທີ່ໄດ້ຮັບ · ຊື່ຮ້ານ · ຊື່ທ່ານ · ອີເມວ · ລະຫັດຜ່ານ (8 ຕົວຂຶ້ນໄປ) — ຮ້ານໃໝ່ເລີ່ມຫວ່າງ · ທົດລອງຟຣີ 14 ວັນ
    2. ໄປ ຕັ້ງຄ່າ → ຮ້ານ ໃສ່: ຊື່ຮ້ານ · ເບີໂທ · ທີ່ຢູ່ · ຂົນສົ່ງທີ່ໃຊ້ປະຈຳ
    3. ໃສ່ ເບີ WhatsApp ນຳ ຖ້າມີ — ລູກຄ້າຈະເຫັນປຸ່ມທັກໃນໜ້າຮ້ານ
    ສຳເລັດເມື່ອ: ຊື່ຮ້ານຂຶ້ນຢູ່ຫົວແອັບ ແທນຄຳວ່າ “ຮ້ານຂອງຂ້ອຍ”
  2. ໃສ່ສິນຄ້າ 5–10 ລາຍການ

    ⏱ 15 ນາທີ · ຂັ້ນທີ່ໃຊ້ເວລາຫຼາຍສຸດ
    ຂາຍໃນເພຈມາແລ້ວບໍ? ຢ່າພິມຄືນ. ຕໍ່ເພຈກ່ອນ (ຂັ້ນທີ 4) ແລ້ວກົດ ສິນຄ້າ → 📘 ດຶງຈາກໂພສ — ລະບົບອ່ານໂພສເກົ່າຂອງທ່ານ ແລ້ວແກະ ຊື່ · ລາຄາ · ລະຫັດ · ຮູບ ອອກມາໃຫ້ຕິກເອົາ. ຂັ້ນນີ້ຈາກ 15 ນາທີ ເຫຼືອ 2–3 ນາທີ. ຕ້ອງກວດລາຄາທຸກແຖວກ່ອນຕິກ — ໂພສໂຄສະນາມັກມີລາຄາເກົ່າປົນ.
    1. ສິນຄ້າ → + ເພີ່ມ ໃສ່ ລະຫັດ (ເຊັ່ນ A1) · ຊື່ · ລາຄາຂາຍ · ຕົ້ນທຶນ · ຈຳນວນໃນສາງ
    2. ມີໄຊສ໌/ສີ ໃຫ້ໃສ່ໃນຊ່ອງ ຕົວເລືອກ (S · M · L) — ບໍ່ມີກໍ່ຂ້າມ
    3. ໃສ່ຮູບ 1 ໃບ (ຖ່າຍດ້ວຍມືຖືພໍ)
    4. ຮ້ານທີ່ໂຄສະນາວ່າ “ຮັບປະກັນ N ມື້” ໃສ່ຈຳນວນມື້ໃນຊ່ອງ ຮັບປະກັນ (ມື້) — ລູກຄ້າຈະເຫັນວັນໝົດປະກັນຢູ່ໜ້າຕິດຕາມ ບໍ່ຕ້ອງມາຖຽງກັນພາຍຫຼັງ
    ໃສ່ຕົ້ນທຶນໃຫ້ຄົບ. ບໍ່ໃສ່ = ລາຍງານກຳໄລຈະຜິດທັງໝົດ ແລະ ທ່ານຈະບໍ່ຮູ້ວ່າຂາຍໄດ້ກຳໄລແທ້ຫຼືບໍ່.
    ລະຫັດສັ້ນສຳຄັນ. ລູກຄ້າຈະພິມລະຫັດນີ້ຕອນສັ່ງ — ໃຊ້ A1 B2 ບໍ່ແມ່ນ SHIRT-COTTON-001. ຂຽນລະຫັດໃສ່ຄຳບັນຍາຍໂພສທຸກເທື່ອ.
    ສຳເລັດເມື່ອ: ໜ້າ ສິນຄ້າ ມີລາຍການພ້ອມຮູບ ແລະ ຕົວເລກກຳໄລຕໍ່ອັນຂຶ້ນສີຂຽວ
  3. ຕັ້ງຄ່າສົ່ງ ແລະ ບ່ອນຮັບເງິນ

    ⏱ 10 ນາທີ
    1. ຕັ້ງຄ່າ → ເງິນ & ຄ່າສົ່ງ → ໃສ່ ຄ່າສົ່ງມາດຕະຖານ (ເຊັ່ນ 30,000₭)
    2. ຢາກສົ່ງຟຣີໃນນະຄອນຫຼວງ → ເພີ່ມແຖວ ຕໍ່ແຂວງ ນະຄອນຫຼວງວຽງຈັນ = 0
    3. ອັບ ຮູບ QR ຮ້ານ (BCEL / LAO QR) ແລະ ໃສ່ເລກບັນຊີ + ຊື່ບັນຊີ
    ຖ່າຍ QR ໃຫ້ໃກ້ ແລະ ຊັດ. ຮູບທີ່ມີກອບ-ຂໍ້ຄວາມອ້ອມຫຼາຍ ພໍຫຍໍ້ລົງໃນມືຖືລູກຄ້າ ຈະ ສະແກນບໍ່ອອກ ແລ້ວທ່ານຈະບໍ່ຮູ້ວ່າເສຍລູກຄ້າໄປຈັກຄົນ. ຖ່າຍໃຫ້ເຕັມກອບ QR ຢ່າງດຽວ.
    ສຳເລັດເມື່ອ: ສະແກນ QR ດ້ວຍແອັບທະນາຄານໃນມືຖືອີກເຄື່ອງໜຶ່ງແລ້ວ ຂຶ້ນຊື່ບັນຊີຖືກຕ້ອງ
  4. ເປີດໜ້າສັ່ງຊື້ ແລ້ວເອົາລິ້ງໄປວາງ

    ⏱ 5 ນາທີ · ນີ້ຄືຂັ້ນທີ່ເລີ່ມຂາຍໄດ້
    1. ຕັ້ງຄ່າ → ເຊື່ອມຕໍ່ → ໜ້າສັ່ງຊື້ → ເປີດສະວິດ → ສຳເນົາລິ້ງ
    2. ວາງລິ້ງໃສ່: bio TikTok · bio Facebook · ສະຖານະ WhatsApp · ຄຳບັນຍາຍໂພສ
    3. ເປີດລິ້ງນັ້ນດ້ວຍມືຖືຕົນເອງ ແລ້ວ ລອງສັ່ງ 1 ບິນ ຈົນຈົບ
    ລູກຄ້າທັກຖາມໄດ້ໃນໜ້ານັ້ນເລີຍ. ມີປຸ່ມ 💬 ທັກຖາມ — ຜູ້ຊ່ວຍ AI ຕອບເລື່ອງ ລາຄາ · ຂອງເຫຼືອ · ຄ່າສົ່ງ ໃຫ້ 24 ຊົ່ວໂມງ ແລະ ຈອງຂອງໃຫ້ທັນທີ. ບໍ່ຜ່ານ Facebook ຈຶ່ງໃຊ້ໄດ້ມື້ນີ້.
    ສຳເລັດເມື່ອ: ບິນທົດລອງຂຶ້ນໃນ ອໍເດີ ແລະ ຈຳນວນໃນສາງຫຼຸດລົງເອງ
  5. ລອງເສັ້ນທາງລູກຄ້າໃຫ້ຄົບ

    ⏱ 15 ນາທີ · ຢ່າຂ້າມຂັ້ນນີ້
    1. ຈາກບິນທົດລອງ ກົດ ຢືນຢັນ → ຈ່າຍແລ້ວ → ສົ່ງອອກ
    2. ເປີດ ລິ້ງຕິດຕາມ ຂອງບິນນັ້ນ ເບິ່ງແບບລູກຄ້າ — ຂັ້ນຕອນຂຶ້ນຄົບບໍ່
    3. ລອງ ແປະສະລິບ ໃນໜ້າຕິດຕາມ ເບິ່ງວ່າຮ້ານໄດ້ຮັບບໍ່
    4. ຈົບແລ້ວ ຍົກເລີກບິນທົດລອງ — ຂອງຈະຄືນເຂົ້າສາງເອງ
    ສຳເລັດເມື່ອ: ຍົກເລີກແລ້ວ ຈຳນວນໃນສາງ ກັບເທົ່າເດີມ ແລະ ລາຍງານກຳໄລບໍ່ນັບບິນນັ້ນ
  6. ເປີດຜູ້ຊ່ວຍ ແລະ ແຈ້ງເຕືອນ

    ⏱ 10 ນາທີ
    1. ຕັ້ງຄ່າ → ການຂາຍ → ສິ່ງທີ່ AI ຮູ້ & ບອກລູກຄ້າ → ໃສ່ນະໂຍບາຍຮ້ານ ແລະ ໂມງເປີດ-ປິດ → ກົດ 🧪 ລອງຄຸຍກັບ AI ຂອງຮ້ານ ພິມຄືລູກຄ້າ 2–3 ຄຳຖາມ
    2. ຕັ້ງຄ່າ → ການຂາຍ → ອັດຕະໂນມັດ → ເປີດ ໃຫ້ Happy ຕອບລູກຄ້າເອງ — ເຊີບເວີຕອບໃຫ້ 24 ຊົ່ວໂມງ ບໍ່ຕ້ອງເປີດແອັບຄ້າງ
    3. ຕັ້ງ ບອດ Telegram ຂອງຮ້ານ (ຕັ້ງຄ່າ → ເຊື່ອມຕໍ່ → Telegram) — ອໍເດີໃໝ່/ສະລິບ/ຄຳຂໍສ່ວນຫຼຸດ ເດັ້ງເຂົ້າມືຖືທັນທີ · ເປີດ ຮັບລູກຄ້າທັກຜ່ານບອດນີ້ ໄດ້ຊ່ອງທາງຂາຍອີກອັນ · ແລ້ວເປີດ 2FA (ທີມ & ບັນຊີ → ບັນຊີ → ຄວາມປອດໄພບັນຊີ)
    4. ຢາກເຊື່ອມ Facebook ນຳ → ຕັ້ງຄ່າ → ເຊື່ອມຕໍ່ → ເຊື່ອມ Facebook (ຄ່ອຍເຮັດພາຍຫຼັງກໍ່ໄດ້)
    ສຳເລັດເມື່ອ: ທັກຫາຕົນເອງໃນໜ້າຮ້ານແລ້ວ ໄດ້ຄຳຕອບພາຍໃນ 1 ນາທີ

ຂາຍໄດ້ແລ້ວ — ຕໍ່ໄປເຮັດຫຍັງ

ຢາກໄດ້ໄປທີ່
ໃຫ້ແຕ້ມສະສົມລູກຄ້າຕັ້ງຄ່າ → ການຕະຫຼາດ — ຕັ້ງ “ຊື້ຄົບເທົ່າໃດ = 1 ແຕ້ມ” ແລະ “1 ແຕ້ມ = ຈັກກີບ”
ຂາຍໜ້າຮ້ານນຳຂາຍໜ້າຮ້ານ (POS) — ຕັດສະຕັອກກ້ອນດຽວກັບອອນລາຍ
ຮູ້ວ່າຍິງແອດຄຸ້ມບໍ່ລາຍງານ — ໃສ່ຄ່າແອດເປັນລາຍຈ່າຍ ແລ້ວເບິ່ງ ROAS
ໃຫ້ພະນັກງານຊ່ວຍຕັ້ງຄ່າ → ທີມ & ບັນຊີ — ເພີ່ມຄົນ ແລະ ຕັ້ງສິດ (ແອັດມິນ · ຄົນແພັກ/ສົ່ງ)
ໃຫ້ບໍລິສັດ/ແອດມິນນອກ ດູແລເພຈ🏢 ຂ້າງລຸ່ມ — ສ້າງລະຫັດໃຫ້ເຂົາ ບໍ່ຕ້ອງໃຫ້ລະຫັດຜ່ານ
ວາງແຜນໂພສໂພສ → 📅 ປະຕິທິນ — ນັດເວລາ · ອະນຸມັດ
ຈັດໂປຣ 9.9 · 11.11ຕັ້ງຄ່າ → ການຕະຫຼາດ → ແຄມເປນ / ໂປຣໂມຊັນ
ອອກໃບກຳກັບພາສີຕັ້ງຄ່າ → ເງິນ & ຄ່າສົ່ງ → ອາກອນ & ບັນຊີ
ຕໍ່ອາຍຸການໃຊ້ງານເມນູ ຄ່າບໍລິການ — ໂອນ QR ແລ້ວແປະສະລິບ ຕໍ່ອາຍຸທັນທີ

🏢 ມີບໍລິສັດ ຫຼື ແອດມິນນອກ ດູແລເພຈໃຫ້?

ໃຫ້ເຂົາໂພສ ແລະ ຕອບແຊັດແທນໄດ້ ໂດຍບໍ່ຕ້ອງໃຫ້ລະຫັດຜ່ານ ແລະ ບໍ່ຕ້ອງເພີ່ມເປັນພະນັກງານ — ສະເພາະເຈົ້າຂອງຮ້ານເຮັດໄດ້.

  1. ຕັ້ງຄ່າ → ຮ້ານ → 🏢 ບໍລິສັດດູແລເພຈ → ສ້າງລະຫັດໃຫ້ບໍລິສັດ
  2. ສົ່ງລະຫັດ 8 ຕົວ (ເຊັ່ນ ABCD-EFGH · ໃຊ້ໄດ້ເທື່ອດຽວ ພາຍໃນ 7 ມື້) ໃຫ້ບໍລິສັດທາງແຊັດສ່ວນຕົວ
  3. ບໍລິສັດໃສ່ລະຫັດໃນ service.happyerp.la
ສຳເລັດເມື່ອ: ກ່ອງຂຶ້ນ “ດູແລໂດຍ … · ຕັ້ງແຕ່ …”

ລາຍລະອຽດ: ຄູ່ມືເຕັມ › 12c · ຢາກເປີດບໍລິສັດດູແລເພຈເອງ: ຄູ່ມື service.happyerp.la

ຂໍ້ດຽວທີ່ຍັງລໍຢູ່: ຂໍ້ຄວາມທີ່ລູກຄ້າທັກມາທາງ Messenger ຍັງເຂົ້າແອັບບໍ່ໄດ້ ຈົນກວ່າ Facebook ອະນຸມັດແອັບ (ກຳລັງດຳເນີນການ). ໃນລະຫວ່າງນີ້ໃຫ້ພາລູກຄ້າມາທາງ ລິ້ງໜ້າຮ້ານ + ປຸ່ມທັກຖາມ ຫຼື Telegram ຂອງຮ້ານ ຊຶ່ງໃຊ້ໄດ້ເຕັມທີ່ ແລະ ຜູ້ຊ່ວຍ AI ຕອບໃຫ້ຄືກັນ.

ຕິດບ່ອນໃດ ອ່ານ ຄູ່ມືເຕັມ · ສູນຊ່ວຍເຫຼືອ (ປຸ່ມ 💬 ແຈ້ງບັນຫາ) ຫຼື ທັກຫາທີມ Happy ERP. ໜ້ານີ້ອັບເດດ 24 ກັນຍາ 2026.